ເງື່ອນໄຂການໃຊ້ບໍລິການ



uphoup.com ສະຫງວນສິດໃນການລຶບຮູບພາບໃດໆ ກໍຕາມທີ່ຜິດຕໍ່ກົດລະບຽບຂອງເວັບ ຮວມເຖິງກົດໝາຍ ແລະບໍ່ອະນຸຍາດໃຫ້ອັບໂຫຼດຮູບພາບໃດ ໆ ກໍຕາມດັ່ງລຸ່ມນີ້:



  1. ຮູບໂປ໊ ຮູບເປືອຍ ທີ່ຂັດຕໍ່ວັດທະນະທຳ ແລະປະເພນີອັນດີງາມຂອງຊົນຊາດລາວ.

  2. ຮູບພາບທີ່ເປັນການລະເມີດລິຂະສິດຂອງຜູ່ອື່ນ.

  3. ຮູບພາບທີ່ມີເຈດຕະນາໂຈມຕີບຸກຄົນອື່ນ ຫຼືກຸ່ມຄົນໃດນຶ່ງ.

  4. ຮູບພາບທີ່ມີເຈດຕະນາເພື່ອໂຄສະນາຊວນເຊື່ອທີ່ບໍ່ເປັນຈິງ.

  5. ຮູບພາບທີ່ຜິດກົດໝາຍໃນປະເທດ ແລະຕ່າງປະເທດ.



ຫາກມີການລະເມີດຂໍ້ຫ້າມດັ່ງຂ້າງເທິງເກີດຂຶ້ນ ທາງທີມງານຈະດຳເນີນການຢ່າງໃດຢາງນຶ່ງ ຫຼືຫຼາຍຢ່າງຈາກດ້ານລຸ່ມນີ້:




  1. ລຶບຮູບພາບທີ່ລະເມີດກົດລະບຽບອອກ.

  2. ລຶບຊື່ບັນຊີສະມາຊິກທີ່ອັບໂຫຼດຮູບນັ້ນອອກ ແລະ/ຫຼື ban ບໍ່ໃຫ້ໃຊ້ງານເວັບໄຊໄດ້.

  3. ໃຫ້ຂໍ້ມູນແກ່ໜ່ວຍງານທີ່ກ່ຽວຂ້ອງເພື່ອຈັດການກັບຜູ່ລະເມີດ ໃນກໍລະນີທີ່ເປັນເລື່ອງເສື່ອມເສຍຕໍ່ປະເທດຊາດ.